ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບລັດຖະມົນຕີຈາກ ບຣາຊິນ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວັນທີ 28 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີຫວຽດນາມ
ຟ້າມ ມິງ ຈິງ ໄດ້ຕ້ອນຮັບ ທ່ານນາງ ລູເຊຍນາ ຊານໂຕສ, ລັດຖະມົນຕີກະຊວງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ປະ
ເທດ ບຣາຊິນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຫວັງວ່າ : ລັດຖະບານ ບຣາຊິນ ຈະປະຕິບັດສຳ ເລັດວິວັດການຮັບຮອງກົດລະບຽບການ
ເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ເພື່ອແນ ໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ກ່ຽວກັບເສດຖະກິດ, ການຄ້າ
ໃຫ້ເລິກເຊິ່ງກວ່າອີກ, ສ້າງຄວາມສະດວກໃຫ້ແກ່ການແກ້ໄຂບັນດາບັນຫາປ້ອງກັນດ້ານການຄ້າຢ່າງຍຸຕິທຳ ແລະ ຕ່າງຝ່າຍ ຕ່າງມີຜົນ
ປະໂຫຍດ. ສະເໜີໃຫ້ ບຣາຊິນ ເອົາໃຈໃສ່ພິເສດເຖິງການຮ່ວມ ມືລະຫວ່າງສອງປະເທດໃນບັນ ດາຂົງເຂດທີ່ມີຄວາມສາມາດ ບົ່ມຊ້ອນ.
ຫວຽດນາມ ປາຖະໜາຢາກຕ້ອນຮັບ ທ່ານ ລູລາດາ ຊິນວາ ປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມ ໃນປີໜ້າ, ເນື່ອງໃນໂອກາດ
ສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ( 1989-2024).
ທ່ານນາງ ລູເຊຍນາ ໃຫ້ຮູ້ວ່າ : ຜ່ານການເຈລະຈາກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ສອງຝ່າຍໄດ້ເຫັນດີ
ເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເຕັກໂນ ໂລຊີທີ່ຫາກໍພົ້ນເດັ່ນຂຶ້ນມີການປະສານວຽກງານກັນໃຫ້ດີກວ່າເກົ່າ .
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/12/2023